More servicesWindows Live
HomeHotmailSpacesOneCare
 
MSN
Sign in
 
 
Spaces home  Phanomsinh's spacePhotosProfileFriendsMore Tools Explore the Spaces community

Phanomsinh's space

Phanomsinh's space ກໍ່ຄືຕົວຕົນຂອງພະນົມສິນມະນຸດຜູ້ຫນຶ່ງໃນໂລກ ທີ່ພະຍາຍາມຢູ່ລອດ ໃນສັງຄົມ. ບ່ອນນີ້ ເປັນບ່ອນທີ່ ພະນົມສິນ ໃຊ້ອວດຮູບຖ່າຍ ຂຽນບົດຫລືກ່າຍບົດຄວາມທີ່ຕົວເອງສົນໃຈ ມາວາງໄວ້ ມີຫຍັງກໍ່ແນະນຳມາໄດ້ ດ້ວຍການຂຽນຄຳເຫັນໃສ່ ແຕ່ລະບົດຄວາມ ແຕ່ລະຮູບພາບ ຫລື guestbook
July 25

ກົດຫມາຍຄອບຄົວ ຈະຖືກປັບປຸງຢ່າງແນ່ນອນ

ກົດຫມາຍຄອບຄົວແຫ່ງ ສປປ ລາວ ເປັນກົດຫມາຍຫນຶ່ງ ທີ່ໄດ້ຮັບຮອງຈາກສະພາປະຊາຊົນສູງສຸດ ຊຸດທີ 2 ເມື່ອປີ 1990 ແລະ ກໍໄດ້ຖືກປະກາດໃຊ້ ຕາມດຳລັດຂອງປະທານປະເທດ ເມື່ອເດືອນທັນວາ 1990 ຈົນມາເຖິງປັດຈຸບັນ ແລະ ກົດຫມາຍສະບັບນີ້ ກໍໄດ້ຮັບການປັບປຸງຄັ້ງຫນຶ່ງມາແລ້ວ.

ຜ່ານການຈັດຕັ້ງປະຕິບັດກົດຫມາຍສະບັບນີ້ ໄດ້ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງຄອບຄົວ ໃຫ້ເປັນຈຸລັງອັນເຂັ້ມແຂງຂອງສັງຄົມລາວ ໄດ້ສ້າງສາຍພົວພັນຄອບຄົວ ດ້ວຍການແຕ່ງດອງດ້ວຍຄວາມສະຫມັກໃຈ ຫລຸດຜ່ອນການບີບບັງຄັບໃຫ້ມີການແຕ່ງດອງ ຈາກພໍ່ແມ່ຜູ້ປົກຄອງ ຫລືຈາກຍາດພີ່ນ້ອງທີ່ໃກ້ຊິດ ແລະ ມີຄວາມສະເຫມີພາບ
ລະຫວ່າງຍິງ-ຊາຍ ທັງເສີມຂະຫຍາຍມູນເຊື້ອ ແລະ ຮີດຄອງປະເພນີອັນດີງາມຂອງຊາດລາວ ແກ້ໄຂຂໍ້ຂັດແຍ່ງລະຫວ່າງ ຜົວເມຍໃຫ້ມີຄວາມຍຸຕິທຳ ແລະ ອື່ນໆ ປະກອບສ່ວນເຂົ້າໃນການປົກປັກຮັກສາ ຮີດຄອງປະເພນີອັນດີງາມຂອງບັນດາເຜົ່າ ແລະ ສ້າງສາພັດທະນາສັງຄົມລາວ ໃນຖານະທີ່ຄອບຄົວເປັນຈຸລັງສຸດທີ່ສຳຄັນຂອງສັງຄົມ.

ມາເຖິງປັດຈຸບັນນີ້ ກົດຫມາຍຄອບຄົວຂອງ ສປປ ລາວ ມີອາຍຸເກືອບ 18 ປີເຕັມ ແລະ ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າບາງບົດບັນຍັດຂອງກົດຫມາຍດັ່ງກ່າວ ບໍ່ສອດຄ່ອງອີກແລ້ວ ກັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຂອງ ສປປ ລາວ ໃນໄລຍະໃຫມ່ ບາງເນື້ອໃນຂອງບາງມາດຕາ ກໍມີຊ່ອງຫວ່າງເຮັດໃຫ້ບຸກຄົນທີ່ບໍ່ດີ ສວຍໃຊ້ບໍ່
ສອດຄ່ອງ ກັບຮີດຄອງປະເພນີອັນດີງາມຂອງຊາດລາວ ເຊັ່ນ: ກົດຫມາຍຄອບຄົວສະບັບປັດຈຸບັນ ຮັບຮູ້ການແຕ່ງດອງ ດ້ວຍຄວາມສະຫມັກໃຈ ແຕ່ບໍ່ຮັບຮູ້ການຢ່າຮ້າງດ້ວຍຄວາມສະຫມັກໃຈ ຈຶ່ງພາໃຫ້ມີການສວຍໃຊ້ ເຮັດໃຫ້ການແກ້ຄະດີສາຍຜົວເມຍມີຄວາມສັບສົນ ມີບາງສາຍພົວພັນທີ່ສຳຄັນກ່ຽວກັບຄອບຄົວ ກໍຍັງບໍ່ໄດ້ຖືກດັດປັບ ໂດຍກົດຫມາຍສະບັບນີ້
ແລະ ອື່ນໆ ສະນັ້ນຈຶ່ງມີຄວາມຈຳເປັນ ຕ້ອງມີການປັບປຸງກົດຫມາຍສະບັບດັ່ງກ່າວ.

ດັ່ງນັ້ນ ໃນທີ່ສຸດກົດຫມາຍວ່າດ້ວຍຄອບຄົວສະບັບປັດຈຸບັນ ກໍໄດ້ຮັບການປັບປຸງ ໂດຍລັດຖະບານໄດ້ມອບໃຫ້ກະຊວງຍຸຕິທຳ ເປັນຜູ້ກະກຽມປັບປຸງ ບົນພື້ນຖານຈິດໃຈຊີ້ນຳຂອງສະພາແຫ່ງຊາດ ແລະ ລັດຖະບານ ແລະ ກົດຫມາຍວ່າດ້ວຍຄອບຄົວ ສະບັບປັບປຸງໃຫມ່ນີ້ ກໍໄດ້ນຳເຂົ້າສະເຫນີຢູ່ໃນກອງປະຊຸມສະໄຫມສາມັນເທື່ອທີ 5 ຂອງສະພາແຫ່ງຊາດ
ຊຸດທີ VI ເພື່ອຮັບຮອງເອົາ.

ຮ່າງກົດຫມາຍວ່າດ້ວຍຄອບຄົວສະບັບປັບປຸງໃຫມ່ ສະບັບປັດຈຸບັນມີທັງຫມົດ 4 ພາກ 12 ຫມວດ ແລະ 51 ມາດຕາ ແລະ ມາປັບປຸງໃຫມ່ມີ 6 ພາກ 12 ຫມວດ ແລະ 55 ມາດຕາ ໃນນີ້ໄດ້ເພີ່ມໃຫມ່ 2 ພາກຄື: ພາກທີ 5 ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ ພາກທີ 6 ບົດບັນຍັດສຸດທ້າຍ ແລະ ມາດຕາທີ່ເພີ່ມໃຫມ່ ແຕ່ຮັກສາມາດຕາເກົ່າມີ 20 ມາດຕາ ແລະ ມາດຕາທີ່ປັບປຸງໃຫມ່ມີ 27 ມາດຕາ ເຊິ່ງມາຮອດມື້ນີ້ ກົດຫມາຍສະບັບດັ່ງກ່າວ ກໍເປັນກົດຫມາຍສະບັບສຸດທ້າຍໃນ 5 ກົດຫມາຍທີ່ກອງປະຊຸມສະໄຫມສາມັນເທື່ອທີ 5 ນຳມາພິຈາລະນາ ແລະ ຮັບຮອງເອົາ.
http://www.vientianemai.net/news.php?TopicID=1&NewsID=3774

July 13

ຢ່າຫ້າມເດັກນ້ອຍຫລີ້ນເກມ

ຫລັງຈາກກັບມາແຕ່ໂຮງຮຽນ ລູກກໍ່ແລ່ນໄປນັ່ງຢູ່ຫນ້າຈໍຄອມພິວເຕີ ຕໍ່ສາຍເຂົ້າສູ່ໂປແກຣມເກມທັນທີ. ຫນຶ່ງຊົ່ວໂມງຜ່ານໄປແລ້ວ...ສອງຊົ່ວໂມງ...ນ້ຳຍັງບໍ່ໄດ້ອາບ...ວຽກບ້ານຍັງບໍ່ໄດ້ເຮັດ...ບາງເທື່ອຫມົກຫມົ້ນຢູ່ກັບເກມ ຈົນລືມຮອດກິນເຂົ້າ...

ເວລາພໍ່ແມ່ຮ້ອງ ລູກກໍ່ມັກຕໍ່ລອງວ່າ ຈັກຫນ່ອຍກ່ອນ...ອີກຈັກຫນ່ອຍກ່ອນ ຕະຫລອດ... ເມື່ອພໍ່ແມ່ຫ້າມ ລູກບໍ່ສົນໃຈ, ຖ້າພໍ່ແມ່ຮ້າຍດ່າ ພັດບໍ່ມັກ, ບາງທີ ພໍ່ແມ່ເວົ້າຫລາຍ ລູກພັດຢາກຮ້າຍ, ຜິດຖຽງ ແລະ ຄຽດໃຫ້ພໍ່ແມ່... ແລ້ວຈະເຮັດແນວໃດ?

ການທີ່ພໍ່ແມ່ຄອຍຫັກຫ້າມກໍເພາະເປັນຫ່ວງ ແລະ ຫວັງດີ ເພາະວ່າການນັ່ງຢູ່ກັບຫນ້າຈໍຄອມພິວເຕີດົນໆ ຈະເຮັດໃຫ້ເສຍສາຍຕາ ແລະ ການຫລິ້ນເກມຫລາຍໆ ກໍ່ເຮັດໃຫ້ເດັກນ້ອຍ ບໍ່ອອກໄປເຮັດກິດຈະກຳ ທີ່ສ້າງສັນຂ້າງນອກ, ດີບໍ່ດີແຂນຂາຈະລີບໄປເລີຍກໍ່ໄດ້ ແຖມຄວາມຄິດກໍ່ຈະຫມົກຫມົ້ນຢູ່ແຕ່ກັບເກມ, ບໍ່ຮູ້ຈັກໂລກແຫ່ງຄວາມເປັນຈິງ, ເກມທີ່ ມີ​ແຕ່​ການ​ຕໍ່ສູ້, ຂ້າ​ຟັນ​ລັນ​ແທງ​ກັນ ກໍ່​ມີ​ແຕ່​ສົ່ງ​ຜົນ​ສະທ້ອນ ​ໃຫ້​ເດັກນ້ອຍ ມີ​ພຶດຕິ​ກຳ ​ໄປ​ໃນ​ທາງ​ແຂງ​ກະດ້າງ ຫລື ມີ​ການ​ຕັດສິນ​ໃຈ ​ແກ້​ບັນຫາ​ດ້ວຍ​ຄວາມ​ຮຸນ​ແຮງ ຄື​ໃນ​ເກ​ມ.

ສ່ວນ​ຫລາຍ​ພໍ່​ແມ່ ຄິດ​ວ່າ​ຫລິ້ນ​ເກ​ມ​ແລ້ວ ມີ​ແຕ່​ຂໍ້​​ເສຍ ບໍ່​ວ່າ​ຈະ​ເສຍ​ເງິນ, ​ເສຍ​ເວລາ, ​ເສຍ​ໂອກາດ ບາງ​ຄົນ​ຈົນ​ເຖິງ​ຂັ້ນ​ເສຍ​ການ​ຮຽນ. ​ແຕ່​ຢູ່ດີໆ ຜູ້​ໃຫຍ່​ຈະ​ໄປ​ຫ້າມ​ບໍ່​ໃຫ້​ເດັກນ້ອຍ​ຫລິ້ນ​ເກ​ມ ກໍ​ຄົງ​ເປັນ​ໄປ​ໄດ້​ຍາກ

ພາລະ​ຫນັກ​​ໃນ​ເບື້ອງ​ຕົ້ນ​ ຈຶ່ງ​ຕົກ​ຢູ່​ນຳ​ພໍ່​ແມ່ ທີ່​ຈະ​ຕ້ອງ​ສອດສ່ອງ​ດູ​ແລ​ລູກ​ເຕົ້າ. ​ເຖິງ​ແມ່ນ​ວ່າ​ເຮົາ​ຈະ​ກາຍ​ໄວ ທີ່​ຈະ​ມາ​ນັ່ງ​ຫລິ້ນ​ເກ​ມຄອມ​ພິວ​ເຕີ​ກັບ​ເດັກນ້ອຍ​​ແລ້ວ​ກໍ່ຕາມ, ​ແຕ່​ການ​ຕິດຕາມ​ຂ່າວ​ສານ​ເລື້ອງ​ເກ​ມ ​ເປັນ​ສິ່ງ​ສຳຄັນ​ທີ່​ຈະ​ເຮັດ​ໃຫ້​ເກີດ​ການ​ສົນ​ທະນາ ພາຍ​ໃນ​ຄອບຄົວ ລວມທັງ​ມີ​ສ່ວນ​ຮ່ວມ​ໃນ​ການ​ແນະນຳ​ເກ​ມທີ່​ດີໆ​ໃຫ້​ກັບ​ລູກຫລິ້ນ

ທີ່​ສຳຄັນ​ຄື ”ລະບຽບວິ​ໄນ”​ ນັ້ນ​ເລີ້ມ​​ໃນ​ຄອບຄົວ ​ເຮັດ​ແນວ​ໃດ​ໃຫ້​ເດັກນ້ອຍ​ມີ​ລະບຽບວິ​ໄນ​ກັບ​ໂຕ​ເອງ, ຮູ້ຈັກ​ຄວບ​ຄຸມ​ເວລາ​ໃນ​ການຫລິ້ນ. ນອກຈາກ​ນີ້​ຍັງ​ຈະ​ຕ້ອງ​ຫາ​ວີ​ທີ​ຊັກ​ຊວນ​ລູກ​ເຮັດ​ກິດຈະກຳ​ອື່ນໆ​ຫລື ອາດ​ຈະ​ມີ​ຂໍ້​ຕໍ່​ລອງ ​ໃຫ້​ລູກ​ເຮັດ​ວຽກບ້ານ​ແລ້ວກ່ອນ ຈຶ່ງ​ໃຫ້​ຫລິ້ນ 1-2 ຊົ່ວ​ໂມງ ​ແລ້ວ​ຕ້ອງ​ປິດ​ທັນທີ, ຈາກ​ນັ້ນ​ໃຫ້​ພາ​ລູກ​ໄປ​ຫລິ້ນ​ກິລາ, ຮຽນ​ສິລະ​ປະ​ດົນຕີ​ແລະ​ອື່ນໆ.

ພໍ່​ແມ່​ຄວນ​ອະນຸຍາດ​ໃຫ້​ລູກ​ຫລິ້ນ​ເກ​ມ ຕາມ​ເວລາ​ທີ່​ເຫມາະ​ສົມ, ຕ້ອງ​ເຂັ້ມ​ງວດ​ແລະ​ມີ​ມາດ​ຕະການ​ທີ່​ເດັດ​ຂາດ ​ໃນ​ການ​ຈັດການ​ກັບ​ລູກ ​ເມື່ອ​ເຖິງ​ເວລາ​ທີ່​ຕ້ອງ​ໄດ້​ຢຸດ​ຫລິ້ນ. ​ແຕ່​ຂໍ​ຮ້ອງ ຢ່າ​ຖອດ​ປັກສຽບ ຫລື ປິດ​ສະ​ວິດ​ໄຟ ​ໃນ​ຂະນະ​ທີ່​ລູກ​ກຳລັງ​ຫລິ້ນ​ຢູ່​ຢ່າງ​ເດັດ​ຂາດ ​ເພາະ​ມັນ​ຈະ​ເປັນ ການ​ທຳລາຍ​ຈິດ​ໃຈ​ຂອງ​ລູກ​ຢ່າງ​ຫນັກຫນ່ວງ ບໍ່ພໍ​ເທົ່າ​ນັ້ນ ຍັງ​ຈະ​ຖື​ວ່າ​ມິ່ງ​ທີ່​ທ່ານ​ພະຍາຍາມ​ເຮັດ​ມາ ຕັ້ງ​ແຕ່​ຕົ້ນ ບໍ່​ມີ​ຜົນຫຍັ​ງ​ເລີຍ ​ໃນ​ທັນທີ

ຢ່າ​ຫ້າມ​ເດັກນ້ອຍ​ຫລິ້ນ​ເກ​ມ ​ແຕ່​ໃຫ້​ຮ່ວມ​ກັນ​ສ້າງສັນ ​ແລະ ກໍ່​ຕ້ອງ​ອາ​ໄສ​ການ​ຮ່ວມ​ມື​ກັນທຸກ​ຝ່າຍ, ຢ່າ​ລືມ​ວ່າ ​ເທັກ​ໂນ​ໂລ​ຢີທີ່​ກ້າວຫນ້ານັ້ນ ລ້ວນ​ແຕ່​ມີ​ປະ​ໂຫຍ​ດ ຖ້າ​ຫາກ​ຮູ້ຈັກ​ນຳ​ໃຊ້​ຢ່າງ​ຖືກຕ້ອງ ​ແລ້ວ​ມັນ​ກໍ່​ຈະ​ເກີດ​ປະ​ໂຫຍ​ດກັບ​ເຮົາ​ຢ່າງ​ຫລວງຫລາຍ​ ​ເທົ່າ​ນັ້ນ​​ເອງ.


July 10

ລະວັງແກ້ງລັກເດັກນ້ອຍ

ທ້າຍອາທິດຜ່ານມາ ຂ້າພະເຈົ້າໄດ້ມີໂອກາດໄປຍາມຍາດຢູ່ແຖວບ້ານໄຮ່ ທ່າງ່ອນ ແລະໄດ້ຮັບຮູ້ຂ່າວດັ່ງມີລາຍລະອຽດດັ່ງນີ້
ຜ່ານມາບໍ່ພໍເທົ່າໃດອາທິດນີ້ ໄດ້ມີແກ້ງລັກເດັກນ້ອຍອອກມາຫາລັກເດັກນ້ອຍຢູ່ແຖວບ້ານທ່າງ່ອນແລະບ້ານໄຮ່ ເຂດເມືອງໄຊທານີ ນະຄອນຫຼວງວຽງຈັນ ຊຶ່ງວີທີການຂອງເຂົາກໍ່ແມ່ນ ຈະມຸ້ງໄປຫາບ່ອນທີ່ມີເດັກນ້ອຍອາຍຸລະຫວ່າງ 3-10 ທີ່ກຳລັງຫຼີ້ນຢູ່ ຖ້າຫາກວ່າ ບໍ່ມີຜູ້ໄຫຍ່ຢູ່ນຳ ຈາກນັ້ນຈະມີຜູ້ຍິງ ອາຍຸລະຫວ່າງ 23-35 ປີ ໄປແຈກເຂົ້າໜົມໃຫ້ເດັກນ້ອຍ ແລ້ວພະຍາຍາມລົມກັບເດັກນ້ອຍ ເພື່ອຕີສະນິດ ຈາກນັ້ນຈື່ງຊວນເດັກນ້ອຍໄປນຳ ໃນເລື່ອງທີ່ ຂພຈ ໄດ້ມານັ້ນ ແມ່ນ ລູກຂອງ ທ່ານພຸດໄຮຄຳ ທີ່ຢູ່ ບ້ານໄຮ່ ເມືອງໄຊທານີ ກຳແພງນະຄອນວຽງຈັນ ທີ່ບໍລິເວນສົ້ນຂວາທ່າງ່ອນ ເບື້ອງໄປທາງບ້ານເກີນ ມື້ນັ້ນແມ່ນ ມີບຸນບັ້ງໄຟຢູ່ ບ້ານທ່າງ່ອນ ຊື່ງຂ້າມຂວາມາທາງວຽງຈັນ ພຸ້ນ ແລະໄດ້ມີຜູ້ຍິງມາຍາຍເຂົ້າໜົມເດັກນ້ອຍຢູ່ແຖວນັ້ນ ແຕ່ມີຜູ້ໄຫຍ່ຜູ້ໜື່ງເຫັນແລະຜິດສັງເກດ ຜູ້ທີ່ເຫັນນັ້ນ ແມ່ນທ່ານ ທອງສີ ບ້ານຢູ່ບໍລິເວນສົ້ນຂວາ ບ້ານໄຮ່ ຫຼັງຈາກທີ່ສຽງແຊວໆຂອງການຍາຍເຂົ້າໜົມຈາກຄົນແປກໜ້າໄປ ທ່ານທອງສີ ເລີຍເອີ້ນຖາມເພື່ອນບ້ານ ຊື່ງເປັນຄອບຄົວຂອງທ້າວ ພຸດໄຮຄຳ ວ່າ ບໍ່ມີເດັກນ້ອຍເສຍບໍ່ ວ່າງກີ້ນີ້ມີຄົນມາຍາຍເຂົ້າໜົມເຂົາໃດ ພໍມີສຽງເອີ້ນຖາມແນວນັ້ນ ເມຍຂອງ ທ່ານພຸດໄຮຄຳ ເລີຍສຳຫຼວດຫາລູກຕົນເອັງແລ້ວ ບໍ່ເຫັນລູກຂອງຕົນຄົນໜື່ງ ເລີຍຟ້າວເອົາລົດຈັກຂີ່ຂ້າມຂວາມາທາງ ບ້ານທ່າງ່ອນພຸ້ນ ແລະໄດ້ຖາມພະນັກງານເກັບເງີນຢູ່ຂວາວ່າ ເຫັນຄົນເອົາເດັກນ້ອຍຂ້າມມາທາງນີ້ບໍ່ ພະນັກງານເກັບເງີນເລີຍບອກວ່າ ເຫັນຜູ້ຍິງຈູງແຂນກັນໄປທາງນີ້ ພໍໄດ້ຄຳຕອບ ເມຍຂອງ ທ່ານພຸດໄຮຄຳຟ້າວເລັ່ງລົດຈັກຂື້ນໄປທາງຕະຫຼາດເພື່ອຊອກຫາລູກຕົນເອັງ ແລະລູກສ້າວຜູ້ໄຫຍ່ຂອງລາວ ຮີບຟ້າວແລ່ນໄປທາງເກົ່າທີ່ຕັດຂື້ນມາຕະຫຼາດທ່າງ່ອນ ພ້ອມດ້ວຍກອງຫຼອນບ້ານ ພໍດີຫຽວເຫັນ ຜູ້ຍິງແປກໜ້າກຳລັງຈູງແຂນເດັກນ້ອຍ ກຳລັງຢ່າງໄປຢູ່ ນ້ອງນ້ອຍ ຜູ້ແລ່ນນຳເລີຍ ຮ້ອງໃສ່ ນ້ອງຂອງລາວທີ່ກຳລັງຢ່າງໄປກັບຄົນແປກໜ້ານັ້ນວ່າ ນ້ອຍ ອີ່ພໍ່ມາຫັ້ນ ມຶງຊິໄປໃສ? ພໍແຕ່ໄດ້ຍີນສຽງຮ້ອງດັ່ງກ່າວ ຄົນແປກໜ້າເລີຍປະແຂນເດັກຄົນນັ້ນ ແລ້ວກໍ່ຖືກກອງຫຼອນບ້ານຮວບຕົວ ຈາກນັ້ນນຳມາສອບຖາມ ຍິງແປກໜ້າຄົນນັ້ນກໍ່ໄດ້ແກ້ໂຕວ່າ ລາວຢາກໄປນຳເຮົາ ວ່າຊິໄປບຸນບັ້ງໄຟ ວ່າຊັ້ນ ແຕ່ພວກກອງຫຼອນບ້ານກໍ່ບໍ່ໄດ້ເຊື່ອຄຳແກ້ໂຕດັ່ງກ່າວ ເລີຍສົ່ງໃຫ້ຕຳຫຼວດ ເມືອງໄຊທານີ ຫຼັງຈາກທີ່ສືບສວນແລ້ວ ຜູ້ກ່ຽວສາລະພາບວ່າ ມາກັບໜູ່ ເອົາລົດມາເປັນຄັນ ແລະແບ່ງກັນໄປແຕ່ລະບ້ານ ມີບາງສ່ວນໄດ້ລົງໄປທາງບ້ານ ໄຮ່ປາກງື່ມ ວ່າຊັ້ນ
ດັ່ງນັ້ນຈື່ງຂໍຝາກຂ່າວດັ່ງກ່າວເພື່ອນເປັນເລື່ອງເຕືອນໃຈ ໃຫ້ພໍ່ແມ່ທຸກຄົນຕ້ອງລະວັງ ລູກຫຼານຂອງຕົນເອັງ ເພື່ອບໍ່ໄຫ້ຕົກເປັນເຫື່ອຍການຄ້າມາະນຸດ

ລາວງານ ຈາກ ທິມຂ່າວທ້ອງຖີ່ນ
www.laosabai.com

July 08

ລູກຕິດເກມ

ຫລັງຈາກກັບມາແຕ່ໂຮງຮຽນ ລູກກໍ່ແລ່ນໄປນັ່ງຢູ່ຫນ້າຈໍຄອມພິວເຕີ ຕໍ່ສາຍເຂົ້າສູ່ໂປແກຣມເກມທັນທີ. ຫນຶ່ງຊົ່ວໂມງຜ່ານໄປແລ້ວ...ສອງຊົ່ວໂມງ...ນ້ຳຍັງບໍ່ໄດ້ອາບ...ວຽກບ້ານຍັງບໍ່ໄດ້ເຮັດ...ບາງເທື່ອຫມົກຫມົ້ນຢູ່ກັບເກມ ຈົນລືມຮອດກິນເຂົ້າ...

ເວລາພໍ່ແມ່ຮ້ອງ ລູກກໍ່ມັກຕໍ່ລອງວ່າ ຈັກຫນ່ອຍກ່ອນ...ອີກຈັກຫນ່ອຍກ່ອນ ຕະຫລອດ... ເມື່ອພໍ່ແມ່ຫ້າມ ລູກບໍ່ສົນໃຈ, ຖ້າພໍ່ແມ່ຮ້າຍດ່າ ພັດບໍ່ມັກ, ບາງທີ ພໍ່ແມ່ເວົ້າຫລາຍ ລູກພັດຢາກຮ້າຍ, ຜິດຖຽງ ແລະ ຄຽດໃຫ້ພໍ່ແມ່... ແລ້ວຈະເຮັດແນວໃດ?

ການທີ່ພໍ່ແມ່ຄອຍຫັກຫ້າມກໍເພາະເປັນຫ່ວງ ແລະ ຫວັງດີ ເພາະວ່າການນັ່ງຢູ່ກັບຫນ້າຈໍຄອມພິວເຕີດົນໆ ຈະເຮັດໃຫ້ເສຍສາຍຕາ ແລະ ການຫລິ້ນເກມຫລາຍໆ ກໍ່ເຮັດໃຫ້ເດັກນ້ອຍ ບໍ່ອອກໄປເຮັດກິດຈະກຳ ທີ່ສ້າງສັນຂ້າງນອກ, ດີບໍ່ດີແຂນຂາຈະລີບໄປເລີຍກໍ່ໄດ້ ແຖມຄວາມຄິດກໍ່ຈະຫມົກຫມົ້ນຢູ່ແຕ່ກັບເກມ, ບໍ່ຮູ້ຈັກໂລກແຫ່ງຄວາມເປັນຈິງ, ເກມທີ່ ມີ​ແຕ່​ການ​ຕໍ່ສູ້, ຂ້າ​ຟັນ​ລັນ​ແທງ​ກັນ ກໍ່​ມີ​ແຕ່​ສົ່ງ​ຜົນ​ສະທ້ອນ ​ໃຫ້​ເດັກນ້ອຍ ມີ​ພຶດຕິ​ກຳ ​ໄປ​ໃນ​ທາງ​ແຂງ​ກະດ້າງ ຫລື ມີ​ການ​ຕັດສິນ​ໃຈ ​ແກ້​ບັນຫາ​ດ້ວຍ​ຄວາມ​ຮຸນ​ແຮງ ຄື​ໃນ​ເກ​ມ.


June 27

ຜົວກິນເບຍ ເມຍຫຼິ້ນໄພ້

  * ຜົວເມຍຮັກຮໍ່ໄດ້ ດຸດດັ່ງສາຍທາລາ
  ປາອາໄສວັງເລິກ ແມ່ນະທີທານນ້ຳ
  ຄຳທີ່ເຄີຍສັນຍາໄວ້ ຕອນບ່າວ-ສາວບໍ່ທັນແຕ່ງ
  ວ່າຊິແປງກໍ່ສ້າງ ເມືອງບ້ານຊ່ອຍກັນ

  * ແຕ່ວັນນີ້ມັນຫາກຮ້າງ ສັນຍາຮ່າງວາງປະ
  ພາລະໃນຄອບຄົວ ບໍ່ສົນນຳກ່ຽວຂ້ອງ
  ຄວາມປອງດອງແຕກມ້າງ ເປັນສາຍທານຖືກແບ່ງ
  ຜົວໄປແລງເມຍມາເຊົ້າ ຄຳເວົ້າບໍ່ຄ່ອງກັນ

  * ເມຍຕິດການພະນັນຫລິ້ນ ວຽກຢູ່ເຮືອນບໍ່ຂໍກ່ຽວ
  ເກີດເປັນມື້ມີແຕ່ທ່ຽວ ສູ່ວັນພະນັນຫລິ້ນ
  ເຮໂຣອິນເບ້ຍໄພ້ ໄປເລີຍບໍ່ເຕື້ອງຕໍ່
  ເລາະລຽບໄປເຫນືອ-ໃຕ້ ເປັນໄບ້ຢູ່ບໍ່ເຊົາ

  * ຜົວຜູ້ເປັນກົກເຄົ້າ ເນົາຢູ່ເຄຫາ
  ມີແຕ່ເມົາເຮຮາ ດື່ມສຸລາ-ເບຍ-ເຫລົ້າ
  ເມົາສຸລາຢາບ້າ ກັນຊາບອງເບື່ອ
  ບໍ່ຮູ້ເມື່ອບາບໄບ້ ຊິນຳໃຫ້ຕອບສະຫນອງ

  * ຄອງເຮືອນຊານແຕກມ້າງ ຮາມຫ່າງຄົນລະທາງ
  ນີ້ລະໂທດສຸລາ ພາກຜົວ-ເມຍຫ່າງເວັ້ນ
  ເປັນໂທດມະຫັນແທ້ ລູກເກີດມາບໍ່ມີແມ່
  ເມຍພັດຈາກຜົວແກ້ວ ສາມີເຖົ້າພັດຫ່າງເຫີນ

  * ເກີນວ່າບຸນ-ບາບມີແທ້ ຢ່າປະຫມາດຄວນຄິດ
  ຕິດສຸລາພາເພ ເຮໂຣອິນເປັນໄບ້
  ໃຫ້ຄວນຄິດຄະນິງໄວ້ ໃນໃຈໃຫ້ແຈ້ງແຈບ
  ບາບ-ບຸນແຫນບຕໍ່ກົ້ນ ຕາມສົ້ນຜູ້ກະທຳ ແທ້ໃດ.  

  ຈາກ ນສພ ວຽງຈັນໃຫມ່

View more entries
 
Thanks for visiting! ຂອບໃຈທີ່ເຂົ້າມາຢ້ຽມຢາມ! Спасибо за посещение!
  • View space
    June 12 1:05 PM
    ຕັ້ງໃຈວ່າຈະໄປແຕ່ຕິດທຸລະທາງຄອບຄົວຕ້ອງໄດ້ຊ່ວຍວຽກ.ມື້ນັ້ນຟ້າວແດ່ເລີຍບໍ່ໄດ້ໂທຄອບ ຕ້ອງຂໍໂທດຫລາຍໆຜິດນັດຈົນໄດ້ເນາະ.ຫວັງວ່າໂອກາດໜ້າຈະໄດ້ຮັບໃຊ້ອີກ

    ອະຈືກໆໆໆໆ ມີຄົນຖາມຫາເດີອ້າຍພຮະເຮີຍ,ຖ້າມີໂອກາດຫນ້າຈະພາໄປຫາອີກ
  • View space
    Phanomsinh
    April 17 9:39 AM

  • View space
    January 26 9:39 PM
    ຂອບໃຈທ່ານທີ່ແຈ້ງໃຫ້ຮູ້ວ່າ space ຂ້າພະເຈົ້າຍັງບໍ່ສາມາດເຊັນຢ່ຽມໄດ້ ຕອນນີ້ຫນ້າຈະໃຊ້ໄດ້ແລ້ວເດີ.. ເວັບທ່ານທຸກບ່ອນໃຫ້ປະໂຢດແກ່ຄົນທີ່ເຂົ້າມາເບີ່ງຫລາຍ ຂໍຊົມເຊີຍ
  • View space
  • View space
More...
View space
ຕື້
View space
RISKY
View space
madee
View space
akkhanee
View space
PiPyphetmanivone
View space
Lamthong
View space
Focus
View space
katoon noy
View space
phetsavanh
View space
Paul
View space
nijchayalak
View space
senglathsamy
View space
au8ust
View space
Khannousone
View space
ນ້ອງໄກ່
View space
saysamphanh