![]() |
|
Spaces home Phanomsinh's spacePhotosProfileFriendsMore ![]() | ![]() |
Phanomsinh's spacePhanomsinh's space ກໍ່ຄືຕົວຕົນຂອງພະນົມສິນມະນຸດຜູ້ຫນຶ່ງໃນໂລກ ທີ່ພະຍາຍາມຢູ່ລອດ ໃນສັງຄົມ. ບ່ອນນີ້ ເປັນບ່ອນທີ່ ພະນົມສິນ ໃຊ້ອວດຮູບຖ່າຍ ຂຽນບົດຫລືກ່າຍບົດຄວາມທີ່ຕົວເອງສົນໃຈ ມາວາງໄວ້ ມີຫຍັງກໍ່ແນະນຳມາໄດ້ ດ້ວຍການຂຽນຄຳເຫັນໃສ່ ແຕ່ລະບົດຄວາມ ແຕ່ລະຮູບພາບ ຫລື guestbook
|
|||||||||||||||||||||||||||||||||||||||||
|
July 25 ກົດຫມາຍຄອບຄົວ ຈະຖືກປັບປຸງຢ່າງແນ່ນອນກົດຫມາຍຄອບຄົວແຫ່ງ ສປປ ລາວ ເປັນກົດຫມາຍຫນຶ່ງ ທີ່ໄດ້ຮັບຮອງຈາກສະພາປະຊາຊົນສູງສຸດ ຊຸດທີ 2 ເມື່ອປີ 1990 ແລະ ກໍໄດ້ຖືກປະກາດໃຊ້ ຕາມດຳລັດຂອງປະທານປະເທດ ເມື່ອເດືອນທັນວາ 1990 ຈົນມາເຖິງປັດຈຸບັນ ແລະ ກົດຫມາຍສະບັບນີ້ ກໍໄດ້ຮັບການປັບປຸງຄັ້ງຫນຶ່ງມາແລ້ວ. ຜ່ານການຈັດຕັ້ງປະຕິບັດກົດຫມາຍສະບັບນີ້ ໄດ້ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງຄອບຄົວ ໃຫ້ເປັນຈຸລັງອັນເຂັ້ມແຂງຂອງສັງຄົມລາວ ໄດ້ສ້າງສາຍພົວພັນຄອບຄົວ ດ້ວຍການແຕ່ງດອງດ້ວຍຄວາມສະຫມັກໃຈ ຫລຸດຜ່ອນການບີບບັງຄັບໃຫ້ມີການແຕ່ງດອງ ຈາກພໍ່ແມ່ຜູ້ປົກຄອງ ຫລືຈາກຍາດພີ່ນ້ອງທີ່ໃກ້ຊິດ ແລະ ມີຄວາມສະເຫມີພາບ ລະຫວ່າງຍິງ-ຊາຍ ທັງເສີມຂະຫຍາຍມູນເຊື້ອ ແລະ ຮີດຄອງປະເພນີອັນດີງາມຂອງຊາດລາວ ແກ້ໄຂຂໍ້ຂັດແຍ່ງລະຫວ່າງ ຜົວເມຍໃຫ້ມີຄວາມຍຸຕິທຳ ແລະ ອື່ນໆ ປະກອບສ່ວນເຂົ້າໃນການປົກປັກຮັກສາ ຮີດຄອງປະເພນີອັນດີງາມຂອງບັນດາເຜົ່າ ແລະ ສ້າງສາພັດທະນາສັງຄົມລາວ ໃນຖານະທີ່ຄອບຄົວເປັນຈຸລັງສຸດທີ່ສຳຄັນຂອງສັງຄົມ. ມາເຖິງປັດຈຸບັນນີ້ ກົດຫມາຍຄອບຄົວຂອງ ສປປ ລາວ ມີອາຍຸເກືອບ 18 ປີເຕັມ ແລະ ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າບາງບົດບັນຍັດຂອງກົດຫມາຍດັ່ງກ່າວ ບໍ່ສອດຄ່ອງອີກແລ້ວ ກັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຂອງ ສປປ ລາວ ໃນໄລຍະໃຫມ່ ບາງເນື້ອໃນຂອງບາງມາດຕາ ກໍມີຊ່ອງຫວ່າງເຮັດໃຫ້ບຸກຄົນທີ່ບໍ່ດີ ສວຍໃຊ້ບໍ່ ສອດຄ່ອງ ກັບຮີດຄອງປະເພນີອັນດີງາມຂອງຊາດລາວ ເຊັ່ນ: ກົດຫມາຍຄອບຄົວສະບັບປັດຈຸບັນ ຮັບຮູ້ການແຕ່ງດອງ ດ້ວຍຄວາມສະຫມັກໃຈ ແຕ່ບໍ່ຮັບຮູ້ການຢ່າຮ້າງດ້ວຍຄວາມສະຫມັກໃຈ ຈຶ່ງພາໃຫ້ມີການສວຍໃຊ້ ເຮັດໃຫ້ການແກ້ຄະດີສາຍຜົວເມຍມີຄວາມສັບສົນ ມີບາງສາຍພົວພັນທີ່ສຳຄັນກ່ຽວກັບຄອບຄົວ ກໍຍັງບໍ່ໄດ້ຖືກດັດປັບ ໂດຍກົດຫມາຍສະບັບນີ້ ແລະ ອື່ນໆ ສະນັ້ນຈຶ່ງມີຄວາມຈຳເປັນ ຕ້ອງມີການປັບປຸງກົດຫມາຍສະບັບດັ່ງກ່າວ. ດັ່ງນັ້ນ ໃນທີ່ສຸດກົດຫມາຍວ່າດ້ວຍຄອບຄົວສະບັບປັດຈຸບັນ ກໍໄດ້ຮັບການປັບປຸງ ໂດຍລັດຖະບານໄດ້ມອບໃຫ້ກະຊວງຍຸຕິທຳ ເປັນຜູ້ກະກຽມປັບປຸງ ບົນພື້ນຖານຈິດໃຈຊີ້ນຳຂອງສະພາແຫ່ງຊາດ ແລະ ລັດຖະບານ ແລະ ກົດຫມາຍວ່າດ້ວຍຄອບຄົວ ສະບັບປັບປຸງໃຫມ່ນີ້ ກໍໄດ້ນຳເຂົ້າສະເຫນີຢູ່ໃນກອງປະຊຸມສະໄຫມສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VI ເພື່ອຮັບຮອງເອົາ. ຮ່າງກົດຫມາຍວ່າດ້ວຍຄອບຄົວສະບັບປັບປຸງໃຫມ່ ສະບັບປັດຈຸບັນມີທັງຫມົດ 4 ພາກ 12 ຫມວດ ແລະ 51 ມາດຕາ ແລະ ມາປັບປຸງໃຫມ່ມີ 6 ພາກ 12 ຫມວດ ແລະ 55 ມາດຕາ ໃນນີ້ໄດ້ເພີ່ມໃຫມ່ 2 ພາກຄື: ພາກທີ 5 ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ ພາກທີ 6 ບົດບັນຍັດສຸດທ້າຍ ແລະ ມາດຕາທີ່ເພີ່ມໃຫມ່ ແຕ່ຮັກສາມາດຕາເກົ່າມີ 20 ມາດຕາ ແລະ ມາດຕາທີ່ປັບປຸງໃຫມ່ມີ 27 ມາດຕາ ເຊິ່ງມາຮອດມື້ນີ້ ກົດຫມາຍສະບັບດັ່ງກ່າວ ກໍເປັນກົດຫມາຍສະບັບສຸດທ້າຍໃນ 5 ກົດຫມາຍທີ່ກອງປະຊຸມສະໄຫມສາມັນເທື່ອທີ 5 ນຳມາພິຈາລະນາ ແລະ ຮັບຮອງເອົາ. http://www.vientianemai.net/news.php?TopicID=1&NewsID=3774 July 13 ຢ່າຫ້າມເດັກນ້ອຍຫລີ້ນເກມຫລັງຈາກກັບມາແຕ່ໂຮງຮຽນ ລູກກໍ່ແລ່ນໄປນັ່ງຢູ່ຫນ້າຈໍຄອມພິວເຕີ ຕໍ່ສາຍເຂົ້າສູ່ໂປແກຣມເກມທັນທີ. ຫນຶ່ງຊົ່ວໂມງຜ່ານໄປແລ້ວ...ສອງຊົ່ວໂມງ...ນ້ຳຍັງບໍ່ໄດ້ອາບ...ວຽກບ້ານຍັງບໍ່ໄດ້ເຮັດ...ບາງເທື່ອຫມົກຫມົ້ນຢູ່ກັບເກມ ຈົນລືມຮອດກິນເຂົ້າ... ເວລາພໍ່ແມ່ຮ້ອງ ລູກກໍ່ມັກຕໍ່ລອງວ່າ ຈັກຫນ່ອຍກ່ອນ...ອີກຈັກຫນ່ອຍກ່ອນ ຕະຫລອດ... ເມື່ອພໍ່ແມ່ຫ້າມ ລູກບໍ່ສົນໃຈ, ຖ້າພໍ່ແມ່ຮ້າຍດ່າ ພັດບໍ່ມັກ, ບາງທີ ພໍ່ແມ່ເວົ້າຫລາຍ ລູກພັດຢາກຮ້າຍ, ຜິດຖຽງ ແລະ ຄຽດໃຫ້ພໍ່ແມ່... ແລ້ວຈະເຮັດແນວໃດ? ການທີ່ພໍ່ແມ່ຄອຍຫັກຫ້າມກໍເພາະເປັນຫ່ວງ ແລະ ຫວັງດີ ເພາະວ່າການນັ່ງຢູ່ກັບຫນ້າຈໍຄອມພິວເຕີດົນໆ ຈະເຮັດໃຫ້ເສຍສາຍຕາ ແລະ ການຫລິ້ນເກມຫລາຍໆ ກໍ່ເຮັດໃຫ້ເດັກນ້ອຍ ບໍ່ອອກໄປເຮັດກິດຈະກຳ ທີ່ສ້າງສັນຂ້າງນອກ, ດີບໍ່ດີແຂນຂາຈະລີບໄປເລີຍກໍ່ໄດ້ ແຖມຄວາມຄິດກໍ່ຈະຫມົກຫມົ້ນຢູ່ແຕ່ກັບເກມ, ບໍ່ຮູ້ຈັກໂລກແຫ່ງຄວາມເປັນຈິງ, ເກມທີ່ ມີແຕ່ການຕໍ່ສູ້, ຂ້າຟັນລັນແທງກັນ ກໍ່ມີແຕ່ສົ່ງຜົນສະທ້ອນ ໃຫ້ເດັກນ້ອຍ ມີພຶດຕິກຳ ໄປໃນທາງແຂງກະດ້າງ ຫລື ມີການຕັດສິນໃຈ ແກ້ບັນຫາດ້ວຍຄວາມຮຸນແຮງ ຄືໃນເກມ. ສ່ວນຫລາຍພໍ່ແມ່ ຄິດວ່າຫລິ້ນເກມແລ້ວ ມີແຕ່ຂໍ້ເສຍ ບໍ່ວ່າຈະເສຍເງິນ, ເສຍເວລາ, ເສຍໂອກາດ ບາງຄົນຈົນເຖິງຂັ້ນເສຍການຮຽນ. ແຕ່ຢູ່ດີໆ ຜູ້ໃຫຍ່ຈະໄປຫ້າມບໍ່ໃຫ້ເດັກນ້ອຍຫລິ້ນເກມ ກໍຄົງເປັນໄປໄດ້ຍາກ ພາລະຫນັກໃນເບື້ອງຕົ້ນ ຈຶ່ງຕົກຢູ່ນຳພໍ່ແມ່ ທີ່ຈະຕ້ອງສອດສ່ອງດູແລລູກເຕົ້າ. ເຖິງແມ່ນວ່າເຮົາຈະກາຍໄວ ທີ່ຈະມານັ່ງຫລິ້ນເກມຄອມພິວເຕີກັບເດັກນ້ອຍແລ້ວກໍ່ຕາມ, ແຕ່ການຕິດຕາມຂ່າວສານເລື້ອງເກມ ເປັນສິ່ງສຳຄັນທີ່ຈະເຮັດໃຫ້ເກີດການສົນທະນາ ພາຍໃນຄອບຄົວ ລວມທັງມີສ່ວນຮ່ວມໃນການແນະນຳເກມທີ່ດີໆໃຫ້ກັບລູກຫລິ້ນ ທີ່ສຳຄັນຄື ”ລະບຽບວິໄນ” ນັ້ນເລີ້ມໃນຄອບຄົວ ເຮັດແນວໃດໃຫ້ເດັກນ້ອຍມີລະບຽບວິໄນກັບໂຕເອງ, ຮູ້ຈັກຄວບຄຸມເວລາໃນການຫລິ້ນ. ນອກຈາກນີ້ຍັງຈະຕ້ອງຫາວີທີຊັກຊວນລູກເຮັດກິດຈະກຳອື່ນໆຫລື ອາດຈະມີຂໍ້ຕໍ່ລອງ ໃຫ້ລູກເຮັດວຽກບ້ານແລ້ວກ່ອນ ຈຶ່ງໃຫ້ຫລິ້ນ 1-2 ຊົ່ວໂມງ ແລ້ວຕ້ອງປິດທັນທີ, ຈາກນັ້ນໃຫ້ພາລູກໄປຫລິ້ນກິລາ, ຮຽນສິລະປະດົນຕີແລະອື່ນໆ. ພໍ່ແມ່ຄວນອະນຸຍາດໃຫ້ລູກຫລິ້ນເກມ ຕາມເວລາທີ່ເຫມາະສົມ, ຕ້ອງເຂັ້ມງວດແລະມີມາດຕະການທີ່ເດັດຂາດ ໃນການຈັດການກັບລູກ ເມື່ອເຖິງເວລາທີ່ຕ້ອງໄດ້ຢຸດຫລິ້ນ. ແຕ່ຂໍຮ້ອງ ຢ່າຖອດປັກສຽບ ຫລື ປິດສະວິດໄຟ ໃນຂະນະທີ່ລູກກຳລັງຫລິ້ນຢູ່ຢ່າງເດັດຂາດ ເພາະມັນຈະເປັນ ການທຳລາຍຈິດໃຈຂອງລູກຢ່າງຫນັກຫນ່ວງ ບໍ່ພໍເທົ່ານັ້ນ ຍັງຈະຖືວ່າມິ່ງທີ່ທ່ານພະຍາຍາມເຮັດມາ ຕັ້ງແຕ່ຕົ້ນ ບໍ່ມີຜົນຫຍັງເລີຍ ໃນທັນທີ ຢ່າຫ້າມເດັກນ້ອຍຫລິ້ນເກມ ແຕ່ໃຫ້ຮ່ວມກັນສ້າງສັນ ແລະ ກໍ່ຕ້ອງອາໄສການຮ່ວມມືກັນທຸກຝ່າຍ, ຢ່າລືມວ່າ ເທັກໂນໂລຢີທີ່ກ້າວຫນ້ານັ້ນ ລ້ວນແຕ່ມີປະໂຫຍດ ຖ້າຫາກຮູ້ຈັກນຳໃຊ້ຢ່າງຖືກຕ້ອງ ແລ້ວມັນກໍ່ຈະເກີດປະໂຫຍດກັບເຮົາຢ່າງຫລວງຫລາຍ ເທົ່ານັ້ນເອງ. July 10 ລະວັງແກ້ງລັກເດັກນ້ອຍທ້າຍອາທິດຜ່ານມາ ຂ້າພະເຈົ້າໄດ້ມີໂອກາດໄປຍາມຍາດຢູ່ແຖວບ້ານໄຮ່ ທ່າງ່ອນ ແລະໄດ້ຮັບຮູ້ຂ່າວດັ່ງມີລາຍລະອຽດດັ່ງນີ້ ຜ່ານມາບໍ່ພໍເທົ່າໃດອາທິດນີ້ ໄດ້ມີແກ້ງລັກເດັກນ້ອຍອອກມາຫາລັກເດັກນ້ອຍຢູ່ແຖວບ້ານທ່າງ່ອນແລະບ້ານໄຮ່ ເຂດເມືອງໄຊທານີ ນະຄອນຫຼວງວຽງຈັນ ຊຶ່ງວີທີການຂອງເຂົາກໍ່ແມ່ນ ຈະມຸ້ງໄປຫາບ່ອນທີ່ມີເດັກນ້ອຍອາຍຸລະຫວ່າງ 3-10 ທີ່ກຳລັງຫຼີ້ນຢູ່ ຖ້າຫາກວ່າ ບໍ່ມີຜູ້ໄຫຍ່ຢູ່ນຳ ຈາກນັ້ນຈະມີຜູ້ຍິງ ອາຍຸລະຫວ່າງ 23-35 ປີ ໄປແຈກເຂົ້າໜົມໃຫ້ເດັກນ້ອຍ ແລ້ວພະຍາຍາມລົມກັບເດັກນ້ອຍ ເພື່ອຕີສະນິດ ຈາກນັ້ນຈື່ງຊວນເດັກນ້ອຍໄປນຳ ໃນເລື່ອງທີ່ ຂພຈ ໄດ້ມານັ້ນ ແມ່ນ ລູກຂອງ ທ່ານພຸດໄຮຄຳ ທີ່ຢູ່ ບ້ານໄຮ່ ເມືອງໄຊທານີ ກຳແພງນະຄອນວຽງຈັນ ທີ່ບໍລິເວນສົ້ນຂວາທ່າງ່ອນ ເບື້ອງໄປທາງບ້ານເກີນ ມື້ນັ້ນແມ່ນ ມີບຸນບັ້ງໄຟຢູ່ ບ້ານທ່າງ່ອນ ຊື່ງຂ້າມຂວາມາທາງວຽງຈັນ ພຸ້ນ ແລະໄດ້ມີຜູ້ຍິງມາຍາຍເຂົ້າໜົມເດັກນ້ອຍຢູ່ແຖວນັ້ນ ແຕ່ມີຜູ້ໄຫຍ່ຜູ້ໜື່ງເຫັນແລະຜິດສັງເກດ ຜູ້ທີ່ເຫັນນັ້ນ ແມ່ນທ່ານ ທອງສີ ບ້ານຢູ່ບໍລິເວນສົ້ນຂວາ ບ້ານໄຮ່ ຫຼັງຈາກທີ່ສຽງແຊວໆຂອງການຍາຍເຂົ້າໜົມຈາກຄົນແປກໜ້າໄປ ທ່ານທອງສີ ເລີຍເອີ້ນຖາມເພື່ອນບ້ານ ຊື່ງເປັນຄອບຄົວຂອງທ້າວ ພຸດໄຮຄຳ ວ່າ ບໍ່ມີເດັກນ້ອຍເສຍບໍ່ ວ່າງກີ້ນີ້ມີຄົນມາຍາຍເຂົ້າໜົມເຂົາໃດ ພໍມີສຽງເອີ້ນຖາມແນວນັ້ນ ເມຍຂອງ ທ່ານພຸດໄຮຄຳ ເລີຍສຳຫຼວດຫາລູກຕົນເອັງແລ້ວ ບໍ່ເຫັນລູກຂອງຕົນຄົນໜື່ງ ເລີຍຟ້າວເອົາລົດຈັກຂີ່ຂ້າມຂວາມາທາງ ບ້ານທ່າງ່ອນພຸ້ນ ແລະໄດ້ຖາມພະນັກງານເກັບເງີນຢູ່ຂວາວ່າ ເຫັນຄົນເອົາເດັກນ້ອຍຂ້າມມາທາງນີ້ບໍ່ ພະນັກງານເກັບເງີນເລີຍບອກວ່າ ເຫັນຜູ້ຍິງຈູງແຂນກັນໄປທາງນີ້ ພໍໄດ້ຄຳຕອບ ເມຍຂອງ ທ່ານພຸດໄຮຄຳຟ້າວເລັ່ງລົດຈັກຂື້ນໄປທາງຕະຫຼາດເພື່ອຊອກຫາລູກຕົນເອັງ ແລະລູກສ້າວຜູ້ໄຫຍ່ຂອງລາວ ຮີບຟ້າວແລ່ນໄປທາງເກົ່າທີ່ຕັດຂື້ນມາຕະຫຼາດທ່າງ່ອນ ພ້ອມດ້ວຍກອງຫຼອນບ້ານ ພໍດີຫຽວເຫັນ ຜູ້ຍິງແປກໜ້າກຳລັງຈູງແຂນເດັກນ້ອຍ ກຳລັງຢ່າງໄປຢູ່ ນ້ອງນ້ອຍ ຜູ້ແລ່ນນຳເລີຍ ຮ້ອງໃສ່ ນ້ອງຂອງລາວທີ່ກຳລັງຢ່າງໄປກັບຄົນແປກໜ້ານັ້ນວ່າ ນ້ອຍ ອີ່ພໍ່ມາຫັ້ນ ມຶງຊິໄປໃສ? ພໍແຕ່ໄດ້ຍີນສຽງຮ້ອງດັ່ງກ່າວ ຄົນແປກໜ້າເລີຍປະແຂນເດັກຄົນນັ້ນ ແລ້ວກໍ່ຖືກກອງຫຼອນບ້ານຮວບຕົວ ຈາກນັ້ນນຳມາສອບຖາມ ຍິງແປກໜ້າຄົນນັ້ນກໍ່ໄດ້ແກ້ໂຕວ່າ ລາວຢາກໄປນຳເຮົາ ວ່າຊິໄປບຸນບັ້ງໄຟ ວ່າຊັ້ນ ແຕ່ພວກກອງຫຼອນບ້ານກໍ່ບໍ່ໄດ້ເຊື່ອຄຳແກ້ໂຕດັ່ງກ່າວ ເລີຍສົ່ງໃຫ້ຕຳຫຼວດ ເມືອງໄຊທານີ ຫຼັງຈາກທີ່ສືບສວນແລ້ວ ຜູ້ກ່ຽວສາລະພາບວ່າ ມາກັບໜູ່ ເອົາລົດມາເປັນຄັນ ແລະແບ່ງກັນໄປແຕ່ລະບ້ານ ມີບາງສ່ວນໄດ້ລົງໄປທາງບ້ານ ໄຮ່ປາກງື່ມ ວ່າຊັ້ນ ດັ່ງນັ້ນຈື່ງຂໍຝາກຂ່າວດັ່ງກ່າວເພື່ອນເປັນເລື່ອງເຕືອນໃຈ ໃຫ້ພໍ່ແມ່ທຸກຄົນຕ້ອງລະວັງ ລູກຫຼານຂອງຕົນເອັງ ເພື່ອບໍ່ໄຫ້ຕົກເປັນເຫື່ອຍການຄ້າມາະນຸດ ລາວງານ ຈາກ ທິມຂ່າວທ້ອງຖີ່ນ www.laosabai.com July 08 ລູກຕິດເກມຫລັງຈາກກັບມາແຕ່ໂຮງຮຽນ ລູກກໍ່ແລ່ນໄປນັ່ງຢູ່ຫນ້າຈໍຄອມພິວເຕີ ຕໍ່ສາຍເຂົ້າສູ່ໂປແກຣມເກມທັນທີ. ຫນຶ່ງຊົ່ວໂມງຜ່ານໄປແລ້ວ...ສອງຊົ່ວໂມງ...ນ້ຳຍັງບໍ່ໄດ້ອາບ...ວຽກບ້ານຍັງບໍ່ໄດ້ເຮັດ...ບາງເທື່ອຫມົກຫມົ້ນຢູ່ກັບເກມ ຈົນລືມຮອດກິນເຂົ້າ... ເວລາພໍ່ແມ່ຮ້ອງ ລູກກໍ່ມັກຕໍ່ລອງວ່າ ຈັກຫນ່ອຍກ່ອນ...ອີກຈັກຫນ່ອຍກ່ອນ ຕະຫລອດ... ເມື່ອພໍ່ແມ່ຫ້າມ ລູກບໍ່ສົນໃຈ, ຖ້າພໍ່ແມ່ຮ້າຍດ່າ ພັດບໍ່ມັກ, ບາງທີ ພໍ່ແມ່ເວົ້າຫລາຍ ລູກພັດຢາກຮ້າຍ, ຜິດຖຽງ ແລະ ຄຽດໃຫ້ພໍ່ແມ່... ແລ້ວຈະເຮັດແນວໃດ? ການທີ່ພໍ່ແມ່ຄອຍຫັກຫ້າມກໍເພາະເປັນຫ່ວງ ແລະ ຫວັງດີ ເພາະວ່າການນັ່ງຢູ່ກັບຫນ້າຈໍຄອມພິວເຕີດົນໆ ຈະເຮັດໃຫ້ເສຍສາຍຕາ ແລະ ການຫລິ້ນເກມຫລາຍໆ ກໍ່ເຮັດໃຫ້ເດັກນ້ອຍ ບໍ່ອອກໄປເຮັດກິດຈະກຳ ທີ່ສ້າງສັນຂ້າງນອກ, ດີບໍ່ດີແຂນຂາຈະລີບໄປເລີຍກໍ່ໄດ້ ແຖມຄວາມຄິດກໍ່ຈະຫມົກຫມົ້ນຢູ່ແຕ່ກັບເກມ, ບໍ່ຮູ້ຈັກໂລກແຫ່ງຄວາມເປັນຈິງ, ເກມທີ່ ມີແຕ່ການຕໍ່ສູ້, ຂ້າຟັນລັນແທງກັນ ກໍ່ມີແຕ່ສົ່ງຜົນສະທ້ອນ ໃຫ້ເດັກນ້ອຍ ມີພຶດຕິກຳ ໄປໃນທາງແຂງກະດ້າງ ຫລື ມີການຕັດສິນໃຈ ແກ້ບັນຫາດ້ວຍຄວາມຮຸນແຮງ ຄືໃນເກມ. June 27 ຜົວກິນເບຍ ເມຍຫຼິ້ນໄພ້ * ຜົວເມຍຮັກຮໍ່ໄດ້ ດຸດດັ່ງສາຍທາລາ ປາອາໄສວັງເລິກ ແມ່ນະທີທານນ້ຳ ຄຳທີ່ເຄີຍສັນຍາໄວ້ ຕອນບ່າວ-ສາວບໍ່ທັນແຕ່ງ ວ່າຊິແປງກໍ່ສ້າງ ເມືອງບ້ານຊ່ອຍກັນ
* ແຕ່ວັນນີ້ມັນຫາກຮ້າງ ສັນຍາຮ່າງວາງປະ
* ເມຍຕິດການພະນັນຫລິ້ນ ວຽກຢູ່ເຮືອນບໍ່ຂໍກ່ຽວ
* ຜົວຜູ້ເປັນກົກເຄົ້າ ເນົາຢູ່ເຄຫາ
* ຄອງເຮືອນຊານແຕກມ້າງ ຮາມຫ່າງຄົນລະທາງ
* ເກີນວ່າບຸນ-ບາບມີແທ້ ຢ່າປະຫມາດຄວນຄິດ ຈາກ ນສພ ວຽງຈັນໃຫມ່
|
|
|||||||||||||||||||||||||||||||||||||||
|
|