Phanomsinh's profilePhanomsinh's spacePhotosBlogListsMore Tools Help

Phanomsinh's space

Phanomsinh's space ກໍ່ຄືຕົວຕົນຂອງພະນົມສິນມະນຸດຜູ້ຫນຶ່ງໃນໂລກ ທີ່ພະຍາຍາມຢູ່ລອດ ໃນສັງຄົມ. ບ່ອນນີ້ ເປັນບ່ອນທີ່ ພະນົມສິນ ໃຊ້ອວດຮູບຖ່າຍ ຂຽນບົດຫລືກ່າຍບົດຄວາມທີ່ຕົວເອງສົນໃຈ ມາວາງໄວ້ ມີຫຍັງກໍ່ແນະນຳມາໄດ້ ດ້ວຍການຂຽນຄຳເຫັນໃສ່ ແຕ່ລະບົດຄວາມ ແຕ່ລະຮູບພາບ ຫລື guestbook

Phanomsinh CHANTHAPHASOUK

Occupation
Location
Interests
shy, small size, 158 cm, 62 kg

Technology

Loading...Loading...

News in Thai from Manager on line

Loading...Loading...

Pnomsin.com

Loading...Loading...

ຂ່າວລາວ

Loading...Loading...

See the places I have been

Loading...Loading...
June 08

ໄດ້ເວລາ ເຂົ້າປໍ1

ທ້າວໂຕນີ ອາຍຸ10 ປີ ຮຽນຈົນຈົບປໍກຽມ ເຖິງວ່າຈະຮຽນບໍ່ເຕັມມື້ກໍ່ຕາມ ຖ້າຜົນການສອບເສັງອອກມາດີ ເພິ່ນກໍ່ຄົງຕ້ອງຮຽນປ1 ໃນສົກຮຽນຫນ້າ. ຄາດຫມາຍສູ້ຊົນ ເພິ່ນ ແມ່ນຕ້ອງໃຫ້ເພິ່ນໄດ້ຮຽນທັງເຊົ້າແລະບ່າຍ ກິນເຂົ້າທ່ຽງຮ່ວມກັບຫມູ່ຢູ່ໂຮງຮຽນໃຫ້ໄດ້. ຖ້າເຮັດໄດ້ກໍ່ສາມາດປົດປ່ອຍແມ່ມັນໃຫ້ໄປຫາຢູ່ຫາກິນ ຊ່ອຍພໍ່ມັນ ບໍ່ຕ້ອງມານັ່ງເຝົ້າທ້າວໂຕນີອີກ. ດຽວນີ້ພັກຮຽນແລ້ວ ຍັງຢາກໄປໂຮງຮຽນ ສະແດງວ່າຕິດໂຮງຮຽນແລ້ວ.
ທ້າວນິກກີ ກໍ່ຈົບໂຮງຮຽນອະນຸບານ ແລ້ວ, ສົກຮຽນຫນ້າ ກໍ່ຄົງຕ້ອງເຂົ້າປ1 ຄືກັບອ້າຍເພິ່ນ. ເດັກ2ຄົນນີ້ ອາຍຸລື່ນກັນ 5 ປີ ແຕ່ຈະຮຽນປ1 ພ້ອມກັນ ເຫີ່; ຖ້າເປັນໄປໄດ້ກໍ່ແມ່ນດີ ແຕ່ ທ້າວນິກກີກໍ່ມີບັນຫາຂອງມັນ ທີ່ຫນ້າຫນັກໃຈ: ບໍ່ປາກ ບໍ່ເວົ້າ ບໍ່ເລົ່າຄຳຄ່ອງ. ແມ່ມັນບໍ່ຢາກໃຫ້ເຂົ້າປ1 ຢາກໃຫ້ເຂົ້າປໍກຽມກ່ອນ. ຖ້າເຮັດແນວນັ້ນ ເພິ່ນຈະໄດ້ເຂົ້າປ1 ຕອນ7ປີ. ມັນອາດຈະຊ້າໄປແດ່. ຕອນນີ້ຫນ້າທີ່ຂອງຜູ້ປົກຄອງ ແມ່ນຕ້ອງຊອກໂຮງຮຽນໃຫ້ທ້າວນິກກີ. ຈະເປັນໂຮງຮຽນລັດ ຫລື ເອກະຊົນດີລະ? ຄຳຕອບ ແມ່ນຂຶ້ນກັບງົບປະມານ.

May 11

ເມື່ອເດັກນ້ອຍ ເຖິງໄວເວົ້າໄດ້ ແຕ່ບໍ່ເວົ້້າ

ສາເຫດຂອງເດັກ ທີ່ເຖິງເວລາເວົ້້າ ແຕ່ຍັງບໍ່ເວົ້າ ມັນກໍ່ມີຫລາຍ ແຕ່ໃນກໍລະນີ ທ້າວນິກກີ ແມ່ນ ຫູດີ, ເວົ້າໄດ້, ຄວາມສາມາດໃນການຮຽນ ກໍ່ໃຊ້ໄດ້, ການອອກສຽງ ຍັງບໍ່ທັນໄດ້ທຸກສຽງ ແຕ່ກໍ່ຫນ້າພໍໃຈຢູ່. ແຕ່ອ່ານຈາກ ຂໍ້ມູນຂອງນັກວິຊາການແລ້ວ ເພິ່ນວ່າ การเลี้ยงดูของครอบครัวก็เป็นในลักษณะตามใจ รู้ใจ ทำให้เด็กทุกอย่าง จนเด็กไม่เห็นความสำคัญของการพูดหรือไม่ ครอบครัวนั้นไม่เป็นแบบอย่างในการสอนภาษา ถ้าไม่มีการสอนเด็กก็จะขาดแรงกระตุ้นหรือแรงจูงใจ ในการพูดสื่อสารกับผู้อื่น ອາດຈະເປັນເຂົ້າທາງນີ້ຢູ່ ເພາະ ລາວບໍ່ຈຳເປັນຕ້ອງເວົ້໊າ ພຽງແຕ່ສົ່ງສຽງກໍ່ສາມາດເຂົ້າໃຈໄດ້ ວ່າລາວຢາກໄດ້ຫຍັງ, ລາວບໍ່ເຫັນຄວາມຈຳເປັນຕ້ອງເວົ້້າ ເພາະອ້າຍຂອງລາວ ເປັນຄົນກືກ ກໍ່ບໍ່ເວົ້າຄືກັນ.

ທາງອອກສຳລັບບັນຫາຂອງທ້າວນິກກີ ທີ່ບໍ່ຍອມເວົ້າກັບໃຜ ແມ່ນແຕ່ກັບພໍ່ແມ່ແລະຄູອະນຸບານ ນັກວິຊາການ ເພິ່ນບອກວ່າ
  1. ส่งเสริมให้เด็กสนใจมองหรือฟังเสียงต่าง ๆ หาของเล่นที่มีสีสรร มีเสียงเคลื่อนไหวได้ หรือให้ฟังเสียงโทรศัพท์ ฟังเพลง ชี้ชวนให้ดูสิ่งต่าง ๆ จะช่วยให้เด็กเกิดความเข้าใจแยกแยะ ลักษณะของสิ่งต่าง ๆ เชื่อมโยงเข้าใจความหมายดีขึ้น
  2. สอนให้เด็กเรียนรู้ภาษา และคำศัพท์ จากสิ่งรอบตัว ด้วยการพูดบอกชื่อสิ่งต่าง ๆ กริยาที่เด็กทำ ความรู้สึก รูปร่าง การรู้สึกสัมผัสของนั้น ๆ สอนให้เข้าใจคำสั่ง เช่น สวัสดี หยิบของมาให้ ใช้คำพูดสอยเด็กให้เรียนรู้ว่าอะไรควรทำอะไรไม่ควรทำ โดยใช้สีหน้า น้ำเสียง แสดงออกถึงอารมณ์ เช่น ทำหน้าดุ พูดว่า “อย่า” เมื่อห้ามเด็กเล่น ปลั๊กไฟ
  3. สอนให้รู้จักเลียนเสียงต่าง ๆ เช่น เสียงพื้น ๆ เสียงสัตว์ เสียงพูด โดยใช้คำที่ง่าย ๆ คุ้นเคย เช่น หม่ำ ๆ บ๊าย..บาย แล้วเปิดโอกาสให้เด็กเลียนแบบคำต่าง ๆ ควรตอบสนองเด็กทันทีที่เด็กพูด และไม่สนับสนุนให้เด็กใช้ท่าใบ้บอกความต้องการ เพื่อให้เด็กเห็นประโยชน์ของการพูด และที่สำคัญคือไม่บังคับให้เด็กพูดตาม หรือพูดให้ชัดเจนทุกคำ เพราะเด็กจะเกิดความคับข้องใจ และไม่อยากพูด
ອັນນີ້ກໍ່ໄດ້ລອງມາແລ້ວ, ລາວສາມາດຊີ້ຮູບ ແລະ ບອກຊື່ຂອງມັນ ທຸກໆເດືອນ ຈະມີປຶ້ມຮູບມາໃຫ້ລາວ ໄດ້ຮຽນຮູ້ຊື່ຂອງມັນ, ທຸກໆແລງ ລາວຈະເອົາປຶ້ມຮູບມາໃຫ້ພໍ່ແມ່ ບອກຊື່, ຫລື ເປັນຜູ້ບອກຊື່ໃຫ້ພໍ່ແມ່ເປັນຜູ້ຟັງ. ການລຽນສຽງ ລາວກໍ່ເຮັດໄດ້ ເຊັ່ນ ລົດ ມີສຽງ ບຶ້ນບຶ້ນ, ປືນມີສຽງ ປົງປົງ...
ບັນຫາຂອງນິກກີ ຄົງຢູທີ່ຄວາມບໍ່ກ້າສະແດງອອກ, ຂີ້ຫລຶ້ມ ຂີ້ອາຍ,...

April 23

ປີໃຫມ່ ປ່ຽນໃຈໃຫມ່ ເອົາໃຈໃສ່ຄອບຄົວ

ຕອນນີ້ ມີຄວາມຮັບຜິດຊອບນັບມື້ນັບຫລາຍ. ທັງການສຶກສາອົບຮົມເດັກ ທີ່ມີບັນຫາ ທັງສອງຄົນ. ຜູ້ກົກ ທີ່ຫູຫນວກປາກກືກ ກຳລັງໄດ້ຮັບການແກ້ໄຊດີຂຶ້ນ ເປັນກ້າວໆ ແຕ່ ຜູ້ຫລ້າ ທຳທ່າວ່າຈະເປັນບັນຫາ ທີ່ຍັງແກ້ບໍ່ຕົກ. ທ້າວນິກກີ ບໍ່ໄດ້ຫູຫນວກ ບໍ່ໄດ້ປາກກືກ ຄືກັບອ້າຍລາວ. ແຕ່ລາວບໍ່ມັກປາກ ແລະ ບໍ່ຍອມປາກ. ແຕ່ລະແລງ ໄດ້ເອົາຮູບໄປໃຫ້ລາວຊີ້ ແລະ ລາວກໍ່ບອກຊື່ຂອງຮູບໄດ້ຖືກຫມົດ ພຽງແຕ່ອອກສຽງບໍ່ຖືກໃນບາງຄຳ ເຊັ່ນ ນົກ ອອກສຽງເປັນ ໂນະ, ແມວ ອອກສຽງເປັນ ໄມ... ນັ້ນສະແດງວ່າ ລາວເວົ້າໄດ້. ແຕ່ ເວລາໄປໂຮງຮຽນ ລາວຈະບໍ່ເວົ້ານຳໃຜເລີຍ ແມ້ແຕ່ກັບຄູ. ຈະເຮັດແນວໃດກັບນິກກີ ຍັງເປັນບັນຫາ ທີ່ແກ້ບໍ່ຕົກ. ອາດຈະ ໃຫ້ລາວແຍກ ອອກຈາກອ້າຍຂອງລາວ ໃຫ້ໄປຢູ່ກັບພີ່ນ້ອງ??? ຫລື ພາໄປພົບແພດ ຢູ່ຕ່າງປະເທດ ເພາະວ່າ ຢູ່ລາວ ກໍ່ໄປມາແລ້ວ.
ອີກ ອັນຫນຶ່ງ ຄ່າໃຊ້ຈ່າຍຕ່າງໆ ກໍ່ສູງຂຶ້ນ ແຕ່ລາຍໄດ້ຂອງຄອບຄົວຍັງມີຫນ້ອຍ ເພາະມີແຕ່ຫົວຫນ້າຄອບຄົວ ເປັນຜູ້ຫາ ສ່ວນແມ່ເດັກນ້ອຍ ແມ່ນຢຸດການຫາລ້ຽງຊີບ ຫັນມາເອົາໃຈໃສ່ຕໍ່ເດັກນ້ອຍພິເສດ ທັງສອງຄົນ. ດັ່ງນັ້ນ ຫົວຫນ້າຄອບຄົວ ຕ້ອງໄດ້ຂະຫຍັນກວ່າເກົ່າ.
ທຸກມື້ນີ້, ມີເວລາໃຫ້ກັບຄອບຄົວຫນ້ອຍຫລາຍ. ເວລາຢູ່ກັບລູກກົກ ແມ່ນມີມື້ລະ1 ຊົ່ວໂມງ ເພາະລາວມັກຕິດຕາມພໍ່ໄປສອນເພີ້ມ ໄປນັ່ງເຝົ້າພໍ່. ສ່ວນລູກຫລ້າ ແມ່ນເຫັນແຕ່ຫນ້າກັນ ບໍ່ທັນມີໂອກາດໃຊ້ເວລາຮ່ວມກັນ ພໍເທົ່າໃດ ສູງສຸດ ກໍ່ນັ່ງຫນ້າຄອມນຳກັນ ໃຫ້ເພິ່ນເຊຍພໍ່ຫລິ້ນເກມ(ໃຫ້ພໍ່ຫລິ້ນໃຫ້ເບິ່ງກ່ອນ) ແລະ ນັ່ງຫລິ້ນເກມເອງ ເວລາພໍ່ບໍ່ຢູ່. ສ່ວນແມ່ເດັກນ້ອຍ ແມ່ນຫລັບກ່ອນພໍມັນຕະຫລອດ ເພາະພໍ່ມັນເອົາແຕ່ໃຊ້ເວລາຢູ່ຫນ້າຄອມ ບໍ່ຄ່ອຍມີເວລາແມ້ແຕ່ກິນອາຫານນຳກັນ. ເພິ່ນບໍ່ກິນເຂົ້າເຊົ້າ. ເຂົ້າສວາຍຜົວວກິນຢູ່ຫ້ອງການ. ເຂົ້າແລງ ເພິ່ນກິນພ້ອມລູກ.

img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!!!!


March 31

ລູກສາວເອື້ອຍ ມັນກາເກ່ງເລກເນາະ

ການແຂ່ງຂັນສອບເສັງນັກຮຽນເກັ່ງຂັ້ນປະຖົມ ມັດທະຍົມຕົ້ນ ແລະ ມັດທະຍົມປາຍທົ່ວນະຄອນຫຼວງວຽງຈັນ ຄັ້ງທີ 14 ປະຈຳສົກຮຽນ 2008-2009 ໄດ້ຈັດຂຶ້ນໃນວັນທີ 12 ມີນາ 2009 ທີ່ໂຮງຮຽນ ມ.ສ ວຽງຈັນມີນັກຮຽນເຂົ້າຮ່ວມການແຂ່ງຂັນທັງ 3 ຂັ້ນ ທັງໝົດ 430 ຄົນ ຍິງ 263 ຄົນ. ມີນັກຮຽນໄດ້ຮັບລາງວັນຊົມເຊີຍ ຂັ້ນມັດທະຍົມຕົ້ນ ວິຊາຄະນິດສາດໄດ້ເປັນອັນດັບ 1 ມີ 2 ຄົນ ຄືນາງ ມຸງຄຸນ ສິມມາພົນ ຈາກມໍຕົ້ນ ສິນໄຊ ແລະ ນາງ ຈາຣິຍາ ຈັນທະຜາສຸກ ມ.ສ ວຽງສະຫວັນ ( ລູກສາວເອື້ອຍ 555)



March 24

ຜົວຂໍເວົ້າແນ່

ເວົ້າເບິ່ງແນ່ ໃຫ້ຂ້ອຍເວົ້າເບິ່ງແນ່
ຢ່່າມີແຕ່ເຈົ້າເວົ້າຫລາຍຕິ ດີບໍ່ດີ ກາໃຫ້ຂ້ອຍເວົ້າເບິ່ງແນ່

ຂ້ອຍເຫັນເຈົ້າຄວງຜູ້ບ່າວ ຫນ້າຕາຂາວໆ ລະຈັກແມ່ນເວົ້າຫຍັງແດ່
ຮີດຄອງຜົວເມຍເຄີຍມີ ເຈົ້າເຮັດຈັ່ງຊີ້ ລະມັນສິມີຫຍັງແດ່
ລູກຜົວເຈົ້າກາບໍ່ຫົວຊາ ຍາມເວົ້າຍາມຈາ ກາເວົ້ານຳຜົວແດ່
ໄປໃສເຈົ້າເປັນຫຍັງບໍ່ບອກ ຖ້າເຈົ້າຈະຫລອກ ເປັນຫຍັງບໍ່ບອກຂ້ອຍແນ່

ເວົ້າເບິ່ງແນ່ ໃຫ້ຂ້ອຍເວົ້າເບິ່ງແນ່
ຢ່່າມີແຕ່ເຈົ້າເວົ້າຫລາຍຕິ ດີບໍ່ດີ ກາໃຫ້ຂ້ອຍເວົ້າເບິ່ງແນ່

ເຂົ້ານ້ຳເຈົ້າກາບໍ່ໄດ້ສົນ ຕື່ນເຊົ້າມາຫນ້າມົນ ລະສິໄປຫາໃຜແດ່
ແຕ່ງຕົວປານກັບດາລາ ບໍ່ອີຕົນຫວາຜົວນີ້ ກະແລ້ວແຕ່
ຜົວບອກເພາະຢາກໃຫ້ເມຍດີ ເຈົ້າພັດມັກຊູຊີ ລະມັນສິດີຫຍັງແດ່
ຜົວເຕືອນບໍ່ຟັງກະແລ້ວແຕ່ ໃຫ້ເຈົ້າຄິດເບິ່ງແນ່ ລະໃຫ້ເຈົາຄິດເບິ່ງແນ່
 
Photo 1 of 10
More albums (41)

Quote of the Day

Loading...

Weather

Loading...
Thanks for visiting! ຂອບໃຈທີ່ເຂົ້າມາຢ້ຽມຢາມ! Спасибо за посещение!
Please wait...
Sorry, the comment you entered is too long. Please shorten it.
You didn't enter anything. Please try again.
Sorry, we can't add your comment right now. Please try again later.
To add a comment, you need permission from your parent. Ask for permission
Your parent has turned off comments.
Sorry, we can't delete your comment right now. Please try again later.
You've exceeded the maximum number of comments that can be left in one day. Please try again in 24 hours.
Your account has had the ability to leave comments disabled because our systems indicate that you may be spamming other users. If you believe that your account has been disabled in error please contact Windows Live support.
Complete the security check below to finish leaving your comment.
The characters you type in the security check must match the characters in the picture or audio.
phouwrote:
ທັກທາຍສະບາຍດີ ອ້າຍພະນົມສິນ
Mar. 25
Smileສະບາຍດີ ອ້າຍສິນ ນ້ອງບໍ່ໄດ້ເຂົ້້າດົນແລ້ວເພາະວຽກຫຼາຍ ແຕ່ແນວໃດກະຂອບໃຈນຳອ້າຍ ຕອນກວດກາໂຄງການ PTD ຫວ່າງກີ້ນີ້ນ້ອງວ່າຈະໄດພົບອ້າຍກະບໍ່ໄດ້ພົມຊ້ຳ ເປັນແນວໃດອ້າຍຄືບໍ່ໄປກວດການຳພວກນ້ອງແດ່,ຫົວໜ້າສົມເດດເພີ່ນສະບາຍດີ ຕອນນີ້ເພິ່ນເປັນຫົວໜ້າສູນຍູ່ເມືອງພຽງ ເພີ່ນອຸດົມສົມບູນດີຍູ່ໄດ໋ດຽວນີ້ ອ້າຍມີໂອກາດກະໄປຍາມນ້ອງແດ່ ເປັນແນວໃດ ບຸນຊ້າງອ້າຍຄືບໍ່ໄປ,ແຕ່ນ້ອງກະບໍ່ໄດ້ຫຼິນຊ້ຳ ໂຊດຮ້າຍລູກຊາຍເປັນໄຂ້ໃ
ດຽວນີ້ວຽກຫຼາຍອ້າຍເອີຍ ບໍ່ມີໂອກາດເຂົ້າຫຼິ້ນເນັດຈັກເທື່ອ ແຕ່ແນວໃດກະຂໍໃຫ້ອ້າຍມີຄວາມສຸກປະສົບົນສຳເຫຼັດໃນທຸກດ້ານເດີ Smile
Feb. 18
phouwrote:
 
ຂອບໃຈອ້າຍພະນົມສິນ ທີ່ແວະມາທັກທາຍ
ນ້ອງບໍ່ຮູ້ວິທີເຮັດ space ຊ້ຳ ມີແຕ່ມົ່ວໆໄປກະເລີຍອອກມາເປັນແນວນີ້
ຈັ່ງໃດກະຝາກໃຫ້ອ້າຍໃຫ້ຄຳແນະນຳແດ່ເດີ
Open-mouthedOpen-mouthed
Oct. 29
:: LarSoY ::wrote:
ສະບາຍດີອ້າຍພະນົມສິນ..
ນ້ອງບໍ່ໄດ້ອັບເດດສະເປຊຂອງຕົວເອງດົນແລ້ວ
ແວະມາທັກທາຍເດີ໊ ^-^
Oct. 26
ສະບາຍດີ ອ້າຍພະນົມສິນ ນ້ອງຕ້ອງຂອບໃຈທີ່ອ້າຍເຂົ້າມາຢາມນ້ອງ ຕອນນີ້ນ້ອງເຮັດໄດ້ແລ້ວ ແຕ່ຍັງບໍ່ດີເທົ່າທີ່ນ້ອງຕ້ອງການ ແນວໄດກໍ່ຂໍຄວາມຊ່ວຍເຫຼືອນຳອ້າຍ ແລະ ທຸກໆຄົນອີກຕື່ມ ເພາະນ້ອງເລີ່ມຈາກ ສູນ
Sept. 8

Horoscopes

Loading...